ທີ່ຕັ້ງຂອງແຫຼ່ງທ່ອງທ່ຽວ

ເລີ່ມຕົ້ນທີ່ພາກເໜືອກັນເລີຍ
1.ວັດຊຽງທອງ,ຫຼວງພະບາງ.
ເລີ່ມຕົ້ນກັນທີ່ວັດຊຽງທອງສະຖານທີ່ທ່ອງທ່ຽວທີ່ຕ້ອງມາເມື່ອມາເຖິງຫຼວງພະບາງ ເປັນວັດທີ່ເກົ່າແກ່ ແລະ ສວຍງາມທີ່ສຸດຂອງເມືອງນີ້ ວັດຊຽງທອງເປັນວັດທີ່ເກົ່າແກ່ທີ່ສຸດຍຂອງແຂວງຫຼວງພະບາງມາຫຼາຍຮ້ອຍປີ ຖືກສ້າງຂື້ນໃນສະໃໝພະເຈົ້າໄຊຍະເສດຖາທິລາດ ພາຍໃນອຸໂບສົດວິຫານ ແລະ ອາຄານຕ່າງໆພາຍໃນວັດຈະຕົກແຕ່ງຢ່າງສວຍງາມແລະຫຼາກຫຼາຍດ້ວຍລວດລາຍແກະສະຫລັກຕ່າງໆຖືເປັນອີກຢ່າງໜື່ງໃນສະຖາປັດຕະຍະກຳລາວລ້ານຊ້າງ.
ຄ່າເຂົ້າຊົມວັດຊຽງທອງ:20,000 ກີບ ຫຼືປະມານ 80 ບາດເງິນໄທ
ເວລາເປີດ:6:00-17:30 ນາທີ
2.ນ້ຳຕົກຕາດກວາງສີ,ຫຼວງພະບາງ.
ນ້ຳຕົກຕາດຫີນປູນສູງ4 ຊັ້ນ ຫຼືປະມານ 70 ແມັດ ນ້ຳຕົກ ແລະ ແອ່ງນ້ຳສີຂຽວມໍລະກົດຖືກລາຍລ້ອມດ້ວຍປ່າໄມ້ເປັນອີກສະຖານທີ່ທ່ອງທ່ຽວທ່າງທຳມະຊາດຍອດນິຍົມທາງຫຼວງພະບາງ ໃຊ້ເວລາເດີນທາງໄປສູ່ນ້ຳຕົກຕາດກວາງສີປະມານ 45ນາທີ ທີ່ມີກິດຈະກຳໃຫ້ເຮັດຫຼາຍຢ່າງໃຜຢາກຫຼິ້ນນ້ຳກໍ່ມີ່ຫ້ອງນ້ຳໄວ້ໃຫ້ປ່ຽນເສື້ອຜ້າໄວ້ບໍລິການນ້ຳຕົກຕາດກວາງສີມີສະພານແລະເສັ້ນທາງຍ່າງຊົມວິວອີກດ້ວຍ.
ຄ່າເຂົ້າຊົມ 10,000 ກີບ(ປະມານ 40 ບາດເງິນໄທ)
ເວລາເປີດ 6:00-17:30 ນາທີ
3.ທົງໄຫຫີນ ແຂວງຊຽງຂວາງ.
ທົ່ງໄຫຫີນຢູ່ທີ່ເມືອງໂພສະຫວັນ ແຂວງຊຽງຂວາງເປັນແຫລ່ງທ່ອງທ່່ຽວທາງປະຫວັດສາດ ແລະ ວັດທະນະທຳທີ່ສຳຄັນຂອງລາວເຮົາພາຍໃນໃຫບາງໃຫພົບໂຄງກະດູກຂອງມະນຸດ ແລະ ບາງໃຫພົບລູກປັກດຈາກຈີນ ເຄື່ອງປະດັບຊົນເຜົ່າແລະຮູບສຳລິດເຊີ່ງຕອນນີ້ຍັງບໍ່ມີໃຜຮູ້ທີ່ມາທີ່ໄປທີ່ແນ່ຊັດຂອງຫີນເລົ່ານັ້ນແຕ່ຖືເປັນສະຖານທີ່ທ່ອງທ່ຽວແຫ່ງໜື່ງທີ່ບໍຄວນພາດ
ແລະນັ້ນກໍ່ແມ່ນບາງສະຖານທີ່ທ່ອງທ່ຽວທາງພາກເໜືອເທົ່ານັ້ນແລະຕໍ່ໄປເຮົາມາຮູ້ຈັກບ່າງສະຖານທີ່ທ່ອງທ່ຽວທາງພາກກາງຂອງລາວເຮົາເຮົາມາເລີ່ທີ່
4.ພະທາດຫຼວງ, ນະຄອນຫຼວງວຽງຈັນ
ພະທາດຫຼວງຕັ້ງຢູ່ທາງທິດຕາເວັນອອກສຽງເໜືອຂອງປະຕູໄຊຫາກໄປທ່ຽວວຽງຈັນຕ້ອງບໍ່ພາດໄປທ່ຽວຊົມພະທາດຫຼວງຫຼືອີກຊື່ວ່າພະທາດຫຼວງປູ່ຍະນິສະຖານອັນສຳຄັນອາຍຸນັບພັນປີທີ່ມີຄຸນຄ່າທາງປະວັດສາດສິລະປະວັດທະນາທຳຂອງລາວ
    ຄ່າເຂົ້າເບິ່ງ 5 000 ກີບ , 20 ບາດ
    ເວລາເປິດ - ປິດ 8:00 - 17:00
5.ປະຕູໄຊ,ວຽງຈັນ
       ປະຕູໄຊຂອງນະຄອນຫຼວງວຽງຈັນເປັນອະນຸສັນສະຖານເພື່ອລະລືກເຖິ່ງປະຊາຊົນລາວຜູ້ເສຍສະຫຼະຊີວິດໃນສົງຄາມກ່ອນໜ້າການປະຕິວັດພັກຄອມມຸນິດລັກສະນະສະຖາປັດກຳໄດ້ຮັບອິດທິພົນຂອງປະຕູໄຊໃນປາລີດປະເທດຝັ່ຮງເສດບໍລິເວນໂດຍມີສະຖານທີ່ຈັດການສະແດງນ້ຳພຸປະກອບດົນຕີ
       ຄ່າເຂົ້າເບິ່ງ 2 000 ກີບ , 10 ບາດ
       ເວລາເປີດ - ປິດ 8:00 - 17:00
6 ແມ່ນໍ້າຊອງ,ວັງວຽງ
ວັງວຽງເປັນເມືອງທີ່ອອ້ອມຮອບໄປດ້ວຍທໍາມະຊາດ ມີທັງພູເຂົານ້ອຍ ແລະ ໃຫຍ່ ແມ່ນໍ້າທີ່ໄຫຼຜ່ານເມືອງມີທີວທັດທໍາມະຊາດທີ່ສວຍງາມຈົນໄດ້ຮັບຊື່ວ່າ:ກຸ້ຍຫຼິນເມືອງລາວແມ່ນໍ້າສາຍສໍາຄັນຂອງເມືອງນີ້ຄືແມ່ນໍ້າຊອງເຊິ່ງເປັນໜື່ງໃນຈຸດທ່ອງທ່ຽວຍອດນິຍົມຂອງເມືອງມີກິດຈະກໍາທາງນໍ້າໃຫ້ເຮັດຫຼາຍຢ່າງເຊັ່ນ:ພາຍເຮືອ, ຄາຍັກ, ລ່ອງຣຫ່ວງຢາງເປັນກິດຈະກໍາທີ່ເຮັດໃຫ້ເຮົາສາມາດຊົມວີວນໍ້າຊອງ
 7 .ຖໍ້າກອງລໍ, ຄໍາມ່ວນ
ຖໍ້າກອງລໍເປັນໜື່ງໃນແຫຼ່ງທ່ອງທ່ຽວທາງທໍາມະຊາດທີ່ສວຍງາມຂອງລາວ ແລະ ຍັງເປັນສະຖານທີ່ທ່ອງທ່ຽວຂອງ ຄໍາມ່ວນ ຖໍ້າລອດຄວາມຍາວປະມານກ່ວາ7ກິໂລແມັດ ມີນັກທ່ອງທ່ຽວມາທ່ຽວຊົມບໍ່ຂາດສາຍ ໂດຍສະເພາະແມ່ນວັນຢຸດຄົນຈະຫຼາຍເປັນພິເສດ ນັກທ່ອງທ່ຽວສາມາດນັ່ງເຮືອຮັບຈ້າງຈາກປາກຖໍ້າທະລຸໄປອີກຟາກຂອງຖໍ້າໄດ້ ລະວ່າງທາງຈະມີຈຸດໃຫ້ແວ່ຊົມຄວາມສວຍງາມຂອງໂພງຖໍ້າທີ່ມີຫີນງອກຫີນຍ່ອຍ
8 .ນໍ້າຕົກຄອນພະເພັງ, ຈໍາປາສັກ
ນໍ້າຕົກຄອນພະເພັງເປັນນໍ້າຕົກທີ່ມີຂະໜາດໃຫຍ່ທີ່ສຸດຂອງແມ່ນໍ້າຂອງຍັງເປັນສະຖານທີ່ທ່ອງທ່ຽວທີ່ສວຍງາມແຫ່ງໜື່ງຂອງປະເທດລາວໃຜມາທ່ຽວລາວໃຕ້ຕ້ອງໄດ້ໄປຊົມຄວາມຍິ່ງໃຫຍ່ຂອງນໍ້າຕົກຄອນພະເພັງບໍລິເວນທີ່ກະແສນໍ້າໄຫຼລົງມາລວມຕົວກັນຈະເຫັນພາບນໍ້າອັນຍິ່ງໃຫຍ່ ແລະ ຊັດເຈນທີ່ສຸດຫາກເຫັນພາບລະອອງນໍ້າສີຂາວ ຊັດໂງດຫີນໃຫ້ຫຼີກລ້ຽງໄປທ່ຽວຊ່ວງໜ້າຝົນ ເພາະວ່າໜ້າຝົນນໍ້າຈະປ່ຽນສີເປັນສີສົ້ມແດງ
     ຄ່າເຂົ້າເບິ່ງ55,000ກີບ
     ເວລາປິດ-ເປີດ 8:00- 17:00
9 .ວັດພູຈໍາປາສັກ
ວັດພູຈໍາປາສັກໄດ້ຂື້ນທະບຽນເປັນມໍລະດົກໂລກແຫ່ງທີ່2 ຂອງປະເທດລາວ ຫີນທີ່ເກົ່າແກ່ເປັນບູຮານສະຖານທີ່ຕັ້ງເດັ່ນເນີ້ນພູທີ່ເຄີຍເປັນສະຖານທີ່ສັກສິດ ແລະ ແຫຼ່ງອະຍະທໍາບູຮານເຖີງ 3 ສະໄໜຄື:ອານາຈັກເຈນລະ,ອານາຈັກຂອມ ແລະ ອານາຈັກລ້ານສ້າງ
      ຄ່າເຂົ້າເບິ່ງ 50,000ກີບ
      ເວລາເປີດ- ປິດ 8:00- 17:00
10.ແກ່ວງຫຼີ່ພິ,ຈຳປາສັກ
     ແກ່ວງຫຼີພີເປັກອີກສະຖານທີ່ທ່ອງທ່ຽວຍອດຮິດໃນລາວໃຕ້ນໍ້າຕົກຕາດຕັ້ງຢູ່ໃນດອນຄອນບໍ່ໄກຈາກຄອນພະເພງສ່ວນທີ່ເໝາະສົມແກ່ການທ່ຽວຊົມຄືຊ່ວງກັນຍາ-ທັນວາເພາະຈະໄດ້ເຫັນພາບສາຍນໍ້າຈຳນວນຫຼາຍໄຫຼຜ່ານໂງ່ນຫຼີນລົງມາຈົນແຕກເປັນລະອອງສີຂາວໄປທົ່ວແກ່ວງ
    ຄ່າເຂົ້າເບິ່ງ 35 000 ກີບ
     ເວລາເປິດ-ປິດ 8:00 - 17:00

No comments:

Post a Comment